ສີຕາບົ່ງບອກຄວາມຂີ້ເມົາໄດ້ (21-07-2015)

ນັກວິໄຈທີ່ມະຫາວິທະຍາໄລເວີລ໌ມອນຕ໌ ສະຫາລັດອາເມລິກາ ເຜີຍວ່າ ຄົົນທີ່ມີຕາສີຟ້າມີໂອກາດທີ່ຈະເປັນຄົນຕິດແອນກໍຮອລ໌ຫລາຍຂຶ້ນ
ອາລ໌ວິດ ຊູໂລວາລີ ນັກສຶກສາປະລິນຍາເອກດ້ານເຊນລ໌ ໂມເລກຸນ ແລະຊີວະວິທະຍາ ແລະ ດຮ. ລີ ດາເວ ທີ່ປຶກສາ ໄດ້ຄົ້ນພົບຄວາມສຳພັນລະຫວ່າງສີຂອງຕາກັບການຕິດແອນກໍຮອລ໌ເປັນເທື່ອທຳອິດ ແລະໄດ້ລາຍງານການຄົ້ນພົບນີ້ໃນວາລະສານວິຊາການ American Journal of Medical Genetics: Neuropsychiatric Genetics (Part B) ໂດຍເຊື່ອວ່າງານນີ້ບໍ່ໄດ້ຈຳກັດຢູ່ແຕ່ພະຍາດຕິດແອນຮໍຮອລ໌ຢ່າງດຽວ ແຕ່ອາດຈະສະຫລຸບໄປໄດ້ເຖິງອາການປ່ວຍທາງຈິດອື່ນໆໄດ້ອີກ
“ການຄົ້ນພົບເທື່ອນີ້ໜ້າເຫລືອເຊື່ອບ່ອນທີ່ວ່າ ອາດຈະເປັນໄປໄດ້ທີ່ສີຂອງຕາອາດຈະເປັນປະໂຫຍດໃນການພິຈາລະນາພະຍາດຕິດແອນກໍຮອລ໌” ຊູໂລວາລີ ກ່າວ
ນັກວິໄຈພົບວ່າ ຄົນເມລິກັນເຊື້ອສາຍຍຸໂລບທີ່ມີສີຕາສີອ່ອນ ບໍ່ວ່າຈະເປັນສີຂຽວ ເທົາ ຫລືນ້ຳຕານມີໂອກາດທີ່ຈະຕິດແອນກໍຮອລ໌ຫລາຍກວ່າຄົນຕາສີນ້ຳຕານຫລືດຳ ໂດຍແນວໂນ້ມທີ່ຈະຕິດແອນກໍຮອລ໌ຫລາຍທີ່ສຸດມາຈາກຄົນຕາສີຟ້າ ງານວິໄຈຍັງຊີ້ນຳອີກວ່າສີຂອງຕາຖືກກຳນົດດ້ວຍພັນທຸກຳ ດັ່ງນັ້ນຈຶ່ງສະແດງໃຫ້ເຫັນວ່າໂຄໂມໂຊມຫລືຍີນໂຕດຽວກັນນີ້ທີ່ເຮັດໃຫ້ຕິດ ແອນກໍຮອລ໌
“ເຮົາຍັງບໍ່ຮູ້ເຫດຜົນທີ່ແທ້ຈິງ” ດຮ. ລີ ກ່າວວ່າໂດຍຢ້ຳວ່າຈະຕ້ອງມີການສຶກສາວິໄຈເພິ່ມເຕິມອີກ
ດຮ.ລີ ຍ້າຍມາສອນທີ່ມະຫາວິທະຍາໄລເວີລ໌ມອນຕ໌ຕັ້ງແຕ່ປີ 2012 ໄດ້ສຶກສາຄວາມກ່ຽວຂ້ອງລະຫວ່າງພັນທຸກຳກັບອາການທາງຈິດວິທະຍາມາເປັນສິບປີແລ້ວ ໃນໄລຍະນີ້ໄດ້ເຮັດວຽກຮ່ວມກັບແພດແລະນັກວິທະຍາສາດທາງພາກຕະເວັນອອກສຽງເໜືອ ຂອງສະຫາລັດອາເມລິກາ ເພື່ອສ້າງຖານຂໍ້ມູນຍີນຈາກຄົນ 10, 000 ກວ່າຄນ ສ່ວນໃຫຍ່ເປັນຊາວອາເມລິກາເຊື້ອ-ສາຍແອຟິກັນແລະຍຸໂລບ ຈາກນັ້ນ ໄດ້ກໍ່ການວິເຄາະພະຍາດທາງຈິດວິທະຍາແຕ່ລະປະເພດ ລວມທັງຄວາມຄຽດ ໂລກຈິດ ພະຍາດອາລົມສອງຂົ້ວ ຕະຫລອດຈົນການໃຊ້ຢາເສບຕິດແລະເຫລົ້າແອນກໍຮອລ໌
“ອາການປ່ວຍເຫລົ່ານີ້ເປັນເລື່ອງຊັບຊ້ອນ ມີຍີນຫລາຍຕົວແລະສິ່ງແວດລ້ອມຫລາຍຢ່າງທີ່ມີຜົນກະທົບ”
ຈາກ ຖານຂໍ້ມູນຂະໜາດໃຫຍ່ນີ້ ດຮ. ລີແລະຊູໂລວາລີ ຄັດຫາສະເພາະຂໍ້ມູນຂອງຜູ້ປ່ວຍທີ່ຕິດແອນກໍຮອລ໌ຈາກກຸ່ມຜູ້ ປ່ວຍທີ່ເປັນລູກຫລານຂອງຊາວຍຸໂລບ 1, 263 ຄົນ ຫລັງຈາກໄດ້ຈັດກຸ່ມປະເພດຂອງສີຕາແລ້ວ ໄດ້ກໍ່ການວິເຄາະຊ້ຳສາມເທື່ອເພື່ອປ່ຽນຕົວແປລະຫວ່າງອາຍຸ ເພດ ແລະກຸ່ມເຊື້ອຊາດເຊັ່ນ ມາຈາກພາກໃຕ້ຫລືພາກເໜືອຂອງທະວີບ
“ສິ່ງທີ່ເຮັດໃຫ້ເຮົາຕົກໃຈທີ່ສຸດໃນງານນີ້ກໍຄື ເຮົາໄດ້ເຊື່ອມໂຍງຫລັກສະຖິດຕິ ສານສົນເທດ ແລະຊີວະວິທະຍາເຂົ້າກັນ ມັນເປັນໂອກາດທີ່ດີຫລາຍທີ່ຈະສຶກສາຍີນໃນແງ່ຂອງພະຍາດຂອງມະນຸດທີ່ຊັບຊ້ອນ”
ຂໍ້ມູນອ້າງອິງ: University of Vermont. (2015, June 30). Eye color may be linked to alcohol dependence. ScienceDaily. Retrieved July 5, 2015 from www. sciencedaily. com/releases/2015/06/150630135258. ht
ແຫຼ່ງຂ່າວ:
ຂ່າວອື່ນ
-
ສິ່ງທີ່ຄວນຮູ້: ການເລືອກຊື້ໝວກກັນກະທົບທີຖືກຕ້ອງ
ມື້ໂພສ: 20-08-2015 - ຄົນເບິ່ງ: 1305
ສິ່ງທີ່ຄວນຮູ້: ການເລືອກຊື້ໝວກກັນກະທົບທີຖືກຕ້ອງ -
IT TODAY: Apple ຈະເປີດຕົວ iPhone 6s ແລະ iPhone 6s Plus ໃນວັນທີ 9 ກັນຍາ 2015
ມື້ໂພສ: 20-08-2015 - ຄົນເບິ່ງ: 1827
IT TODAY: Apple ຈະເປີດຕົວ iPhone 6s ແລະ iPhone 6s Plus ໃນວັນທີ 9 ກັນຍາ 2015 -
ເຊລ່ຳ ດີກວ່າ ຄີມ ຫລືບໍ່ ເລືອກໃຫ້ເໝາະດີທີ່ສຸດ
ມື້ໂພສ: 29-07-2015 - ຄົນເບິ່ງ: 780
ເຊລ່ຳ ດີກວ່າ ຄີມ ຫລືບໍ່ ເລືອກໃຫ້ເໝາະດີທີ່ສຸດ -
AHA ອາດເຮັດຮ້າຍຜິວໂດຍບໍ່ຮູ້ຕົວ
ມື້ໂພສ: 29-07-2015 - ຄົນເບິ່ງ: 829
AHA ອາດເຮັດຮ້າຍຜິວໂດຍບໍ່ຮູ້ຕົວ -
ພົບສາເຫດທີ່ຄົນເຮົາກິນທັງທີ່ບໍ່ໄດ້ຫິວ
ມື້ໂພສ: 28-07-2015 - ຄົນເບິ່ງ: 651
ພົບສາເຫດທີ່ຄົນເຮົາກິນທັງທີ່ບໍ່ໄດ້ຫິວ -
ໝໍເຕືອນສັກຜິວອັນຕະລາຍໃຊ້ສີປົນເປື້ອນສ່ຽງມະເຮັງ
ມື້ໂພສ: 27-07-2015 - ຄົນເບິ່ງ: 738
ໝໍເຕືອນສັກຜິວອັນຕະລາຍໃຊ້ສີປົນເປື້ອນສ່ຽງມະເຮັງ -
ພົບ “ຄູ່ແຝດໂລກ” ນາຊ່າຊີ້ ຄ້າຍຄືກັບໂລກເຮົາຫລາຍ
ມື້ໂພສ: 25-07-2015 - ຄົນເບິ່ງ: 900
ພົບ “ຄູ່ແຝດໂລກ” ນາຊ່າຊີ້ ຄ້າຍຄືກັບໂລກເຮົາຫລາຍ -
ນັກວິທະຍາສາດຄົ້ນພົບປາທີ່ອາໄສຢູ່ໃນພູເຂົາໄຟໃຕ້ນ້ຳ
ມື້ໂພສ: 24-07-2015 - ຄົນເບິ່ງ: 1359
ນັກວິທະຍາສາດຄົ້ນພົບປາທີ່ອາໄສຢູ່ໃນພູເຂົາໄຟໃຕ້ນ້ຳ -
ເດັກມັດທະຍົມອາຍຸພຽງແຕ່ 15 ປີຄົ້ນພົບດາວເຄາະດວງໃໝ່
ມື້ໂພສ: 21-07-2015 - ຄົນເບິ່ງ: 1002
ເດັກມັດທະຍົມອາຍຸພຽງແຕ່ 15 ປີຄົ້ນພົບດາວເຄາະດວງໃໝ່ -
ສີຕາບົ່ງບອກຄວາມຂີ້ເມົາໄດ້
ມື້ໂພສ: 21-07-2015 - ຄົນເບິ່ງ: 810
ສີຕາບົ່ງບອກຄວາມຂີ້ເມົາໄດ້ -
10 ຂໍ້ຄວນຮູ້ສຳຫຼັບຄົນທີ່ໃສ່ຄອນແທັກເລນ
ມື້ໂພສ: 17-07-2015 - ຄົນເບິ່ງ: 886
10 ຂໍ້ຄວນຮູ້ສຳຫຼັບຄົນທີ່ໃສ່ຄອນແທັກເລນ -
NASA ພົບບາງຢ່າງຢູ່ເທິງດາວອັງຄານ ຫຼືຈະເປັນສະຖານທີ່ບູຮານເກົ່າ !?
ມື້ໂພສ: 14-07-2015 - ຄົນເບິ່ງ: 982
NASA ພົບບາງຢ່າງຢູ່ເທິງດາວອັງຄານ ຫຼືຈະເປັນສະຖານທີ່ບູຮານເກົ່າ !? -
ຍ່າງຫຼາຍໆ ຊ່ວຍໃຫ້ເກີດລູກງ່າຍຫຼືບໍ່?
ມື້ໂພສ: 13-07-2015 - ຄົນເບິ່ງ: 778
ຍ່າງຫຼາຍໆ ຊ່ວຍໃຫ້ເກີດລູກງ່າຍຫຼືບໍ່? -
ຮູບ ທາຍນິໄສ
ມື້ໂພສ: 01-01-1970 - ຄົນເບິ່ງ: 2280
ຮູບ ທາຍນິໄສ -
ສາເຫດແລະວິທີການປິ່ນປົວບາດແຜໃນປາກ
ມື້ໂພສ: 07-07-2015 - ຄົນເບິ່ງ: 812
ສາເຫດແລະວິທີການປິ່ນປົວບາດແຜໃນປາກ -
ຖືພາກ່ອນໄວອັນຄວນ ສ່ຽງຕຸ້ຍຕະຫຼອດຊີວິດ
ມື້ໂພສ: 07-07-2015 - ຄົນເບິ່ງ: 666
ຖືພາກ່ອນໄວອັນຄວນ ສ່ຽງຕຸ້ຍຕະຫຼອດຊີວິດ -
ປະເພດຂອງເຈ້ຍອານາໄມ
ມື້ໂພສ: 04-07-2015 - ຄົນເບິ່ງ: 832
ປະເພດຂອງເຈ້ຍອານາໄມ -
ແຜ່ນມາສ໌ບຳລຸງຜິວແຕ່ລະແບບ
ມື້ໂພສ: 03-07-2015 - ຄົນເບິ່ງ: 925
ແຜ່ນມາສ໌ບຳລຸງຜິວແຕ່ລະແບບ -
ໜັງສືລາວເກີດກ່ອນໜັງສືໄທ ຢ່າງໜ້ອຍ 113 ປີ
ມື້ໂພສ: 29-06-2015 - ຄົນເບິ່ງ: 2931
ໜັງສືລາວເກີດກ່ອນໜັງສືໄທ ຢ່າງໜ້ອຍ 113 ປີ -
ພຶດຕິກຳ.. ທີ່ເຮັດໃຫ້ຮູ້ສຶກເມື່ອຍ
ມື້ໂພສ: 26-06-2015 - ຄົນເບິ່ງ: 2003
ພຶດຕິກຳ.. ທີ່ເຮັດໃຫ້ຮູ້ສຶກເມື່ອຍ